The New Range Rover Sport Launch

ຈາກົວ ແລນໂຣເວີ ລາວ ຕົວແທນຈຳຫນ່າຍລົດ ຈາກົວ ແລະ ແລນໂຣເວີ ຢ່າງເປັນທາງການແຕ່ພຽງຜູ້ດຽວໃນ ສ.ປ.ປ. ລາວ ໄດ້ເປີດໂຕ The New RANGE ROVER SPORT ຮູບໂສມໃຫມ່ ລຸ້ນປີ 2023 ຢ່າງຍິ່ງໃຫ່ຍໃນຄໍ່າຄືນຂອງວັນທີ 17 ພະຈິກ 2022 ທີ່ຜ່ານມາ ໂດຍມີແຂກກິດຕິມະສັກຈາກຫຼາຍພາກສ່ວນເຂົ້າຮ່ວມງານຢ່າງຄຶກຄື້ນ.


ໃຫ້ກຽດກ່າວເປີດງານຢ່າງເປັນທາງການໂດຍທ່ານ Wayne McIntosh, ກຳມະການຜູ້ຈັດການດ້ານລົດຍົນ ແລະ ທ່ານ Biju Narayanan, ຜູ້ອຳນວຍການ ຈາກົວ ແລນໂຣເວີ ລາວ.


The New RANGE ROVER SPORT ນິຍາມໃຫມ່ຂອງຄວາມຫຼູຫຼາແບບສະປອດ, ເປັນລຸ້ນທີ 3 ຂອງ RANGE ROVER SPORT ທີ່ໄດ້ຮັບຄວາມສົນໃຈ ແລະ ເປັນທີ່ຕ້ອງການຫຼາຍທີ່ສຸດໃນຕອນນີ້, ການອອກແບບທີ່ລໍ້າສະໄຫມ, ມີຄວາມສະດວກສະບາຍໃນການເຊື່ອມຕໍ່ກັບເທັກໂນໂລຢີໃນປັດຈຸບັນ.


ມີຄວາມສາມາດໃນການຂັບຂີ່ໄດ້ຢ່າງຄ່ອງໂຕ, ມາພ້ອມກັບໜ້າຈໍສຳພັດ Pivi Pro ຂະໜາດກວ້າງເຖິງ 13.1 ນິ້ວ. ທີ່ສຳຄັນຍັງມີລະບົບ Active Noise Cancellation ທີ່ຊ່ວຍຕັດສຽງລົບກວນຈາກພາຍນອກ ເພື່ອໃຫ້ທ່ານເພີດເພີນໄປກັບການຂັບຂີ່. ນອກນັ້ນ, The New RANGE ROVER SPORT ຍັງມາພ້ອມກັບ Cabin Air Purification Pro ທີ່ນໍາໃຊ້ເຕັກໂນໂລຢີ Nanoe X ໃນການຊ່ວຍປົກປ້ອງທ່ານຈາກຝຸ່ນ PM 2.5, ແບັດທີເຣຍ ແລະ ລວມໄປເຖິງໄວຣັສ Covid-19.


ເຊິ່ງການເປີດໂຕໃນຄັ້ງນີ້ ແມ່ນປະສົບຜົນສໍາເລັດ ແລະ ໄດ້ຮັບສຽງຕອບຮັບທີ່ດີຈາກບັນດາແຂກທີ່ເຂົ້າຮ່ວມຈຳນວນຫຼາຍ ພ້ອມທັງໃຫ້ຄວາມສົນໃຈຈອງທົດລອງຂັບ ເພື່ອສຳຜັດກັບ The New Range Rover Sport ຮູບໂສມໃໝ່


ສຳລັບບັນດາທ່ານທີ່ສົນໃຈ The New Range Rover Sport ສາມາດເຂົ້າມາສຳຜັດລົດຕົວຈິງ ແລະ ຈອງທົດລອງຂັບໄດ້ແລ້ວມື້ນີ້ ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ.
ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.
ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.
Facebook: https://www.facebook.com/LandRoverLaos
ສຶກສາຂໍ້ມູນລົດເພີ່ມເຕີມໄດ້ທີ່:
https://www.landroverlaos.com/vehicles/new-range-rover-sport/overview