ຄັ້ງທຳອິດໃນລາວ! ກັບລົດ SUV 8 ບ່ອນນັ່ງ, New Defender 130.

ຄັ້ງທຳອິດໃນລາວ! ກັບລົດ SUV 8 ບ່ອນນັ່ງ, New Defender 130.

ໃນວັນທີ 18 ກຸມພາ 2023, ຈາກົວ ແລນໂຣເວີ ລາວ ຕົວແທນຈຳຫນ່າຍລົດ ຈາກົວ ແລະ ແລນໂຣເວີ ຢ່າງເປັນທາງການແຕ່ພຽງຜູ້ດຽວໃນ ລາວ ໄດ້ເປີດໂຕ New DEFENDER 130 ເຊິ່ງໄດ້ເພີ່ມມິຕິໃໝ່ໃຫ້ກັບຕະກູນລົດ SUV ທີ່ສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 8 ຄົນ.

ໃຫ້ກຽດກ່າວເປີດງານຢ່າງເປັນທາງການໂດຍທ່ານ Wayne McIntosh, ກຳມະການຜູ້ຈັດການດ້ານລົດຍົນ ແລະ ທ່ານ Biju Narayanan, ຜູ້ອຳນວຍການ ຈາກົວ ແລນໂຣເວີ ລາວ.

New DEFENDER 130, ລົດ SUV 8 ບ່ອນນັ່ງ ຄັນທຳອິດໃນລາວ ພ້ອມແລ້ວທີ່ຈະອອກໄປປະຈົນໄພໃນທຸກພື້ນທີ່ທົ່ວປະເທດລາວ ເຊິ່ງໄດ້ຂະຫຍາຍພື້ນທີ່ທາງດ້ານໃນໃຫ້ກວ້າງກວ່າເກົ່າ ໃຫ້ແທດເໝາະແກ່ການເດີນທາງແບບຄອບຄົວ ຫຼື ກຸ່ມໝູ່ເພື່ອນ ພ້ອມມອບຄວາມສະດວກສະບາຍໃນຂະນະຂັບຂີ່ຢ່າງເໜືອລະດັບ.

ດ້ວຍຂະໜາດຄວາມຍາວຂອງໂຕລົດທີ່ເພີ່ມຂື້ນນັ້ນ, ຍັງຄົງບໍ່ສາມາດຢຸດຢັ້ງປະສິດທິພາບໃນການຂັບຂີ່ແບບ Off-Road ໄດ້ ສາມາດຂັບຂີ່ທັງເສັ້ນທາງໃນຕົວເມືອງ ແລະ ທຸກເສັ້ນທາງທີ່ທຸລະກັນດານຢ່າງໄຮ້ຂີດຈຳກັດ, ມີກ້ອງຮອບຄັນ ພ້ອມສະແດງຜົນແບບ 3 ມິຕິໂດຍເຮັດໃຫ້ທ່ານຮູ້ສຶກສະດວກສະບາຍເພາະມີການເພີ່ມວິໄສທັດໃນການຂັບຂີ່ທີ່ຈະຊ່ວຍເພີ່ມຄວາມປອດໄພໄປອີກລະດັບ, ມີໂໝດຂັບຂີ່ເຖິງ 8 ໂໝດ (ເກຍໂອໂຕ້ 8 ສະປີດ) ພ້ອມລະບົບຂັບເຄື່ອນແບບ 4 ລໍ້ Intelligent All-Wheel Drive (IAWD) ທີ່ຕອບໂຈດທຸກການເດີນທາງ, ສາມາດປັບໂໝດໂດຍອັດຕະໂນມັດອີງຕາມສະພາບຖະໜົນ, ເຮັດໃຫ້ທ່ານຂັບຂີ່ໄດ້ໝັ້ນໃຈຍິ່ງຂຶ້ນ. ໜ້າຈໍ Pivi Pro ແບບສຳຜັດຮູບຊົງໂຄ້ງຂະໜາດ 11,4 ນິ້ວທີ່ໃຫຍ່ກວ່າເກົ່າ ຊ່ວຍໃຫ້ສາມາດຄວບຄຸມຟັງຊັ່ນຫຼັກໄດ້ດີຍິ່ງຂື້ນ, ໃນຂະນະດຽວກັນພາຍໃນໂຕລົດຍັງມີຟັງຊັ່ນທີ່ເອີ້ນວ່າ Cabin Air Purification Plus ທີ່ມາພ້ອມກັບເທັກໂນໂລຢີ NanoeTM X (ນາໂນອີເອັກ) ຊ່ວຍກອງຝຸ່ນ PM2.5, ຫຼຸດຜ່ອນສານກໍ່ພູມແພ້ ລວມໄປເຖິງໄວຣັສ Covid -19 ຊ່ວຍໃຫ້ຜູ້ໂດຍສານເດີນທາງສະດວກສະບາຍ, ຮູ້ສຶກສະອາດ ແລະ ປອດໄພເມື່ອຂັບຂີ່ Defender 130.

ການເປີດໂຕໃນຄັ້ງນີ້ແມ່ນປະສົບຜົນສຳເລັດດ້ວຍດີ, ບັນດາແຂກໄດ້ຮັບຄວາມມ່ວນຊື່ນ ແລະ ຕື່ນຕາຕື່ນໃຈໄປກັບບັນຍາກາດພາຍໃນງານ. ທີ່ສຳຄັນທີ່ສຸດກໍຄືທຸກຄົນໃຫ້ຄວາມສຳຄັນໄປກັບ New Defender 130 ເປັນຈຳນວນຫຼາຍເພາະເປັນລົດ SUV 8 ບ່ອນນັ່ງຄັນທຳອິດ ທີ່ຕອບໂຈດໃຫ້ກັບທຸກໆໄລຟສະໄຕລ ແລະ ການເດີນທາງ ບໍ່ວ່າຈະເປັນ off-road ຫຼື on-road ແລະ ນີ້ເອງຄື New Defender 130.

ສຳລັບທ່ານໃດທີ່ສົນໃຈສາມາດເຂົ້າມາສຳຜັດໂຕຈິງ ແລະ ຈອງທົດລອງຂັບໄດ້ແລ້ວມື້ນີ້ ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ.

ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.
ສອບຖາມຂໍ້ມູນເພີ່ມເຕີມໂທ:+85620 58888197 

Facebook: https://www.facebook.com/LandRoverLaos
ສຶກສາຂໍ້ມູນລົດເພີ່ມເຕີມໄດ້ທີ່: https://www.landroverlaos.com/vehicles/defender/overview